ປະຫວັດຄວາມເປັນມາຂອງ “ບຸນຫໍ່ເຂົ້າປະດັບດິນ”

      
ການເຮັດບຸນຫໍ່ເຂົ້າປະດັບດິນຖືເປັນປະເພນີໜຶ່ງໃນຮີດສິບສອງ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າ ບຸນເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນກຸສົນໄປຫາ “ເຜດ” ຫຼື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ເຂົ້າປະດັບດິນໄດ້ແກ່ເຂົ້າ ແລະ ອາຫານຫວານຄາວ ພ້ອມໝາກພູ ຢາສູບ ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມໃຕ້ຕົ້ນໄມ້ ຫ້ອຍໄວ້ຕາມງ່າໄມ້ ຕາມບໍລິເວນຕ້າຍວັດ (ກຳແພງວັດ) ຫຼື ວາງໄວ້ຕາມພື້ນດິນ “ຫໍ່ເຂົ້ານ້ອຍ” ພ້ອມກັບເຊີນວິນຍານຂອງຍາດພີ່ນ້ອງເອົາພັດຕາຫານໄປຖວາຍແດ່ພຣະ ສົງສຳມະເນນແລ້ວອຸທິດສ່ວນກຸສົນແກ່ຜູ້ຕາຍ ໂດຍຢາດນ້ຳອຸທິດສ່ວນກຸສົນໄປຫາ.

ມູນເຫດຂອງຄວາມເປັນມາຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ
ຍາດພີ່ນ້ອງຂອງພະເຈົ້າພິມພິສານໄດ້ຍັກຍອກເງິນວັດຂອງສົງຕ່າງໆໄປເປັນຂອງຕົນເອງ ໃນສະໄໝພຣະກັດສະປະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະລົກຕະຫຼອດພຸດທະທັນດອນ ເມື່ອພຣະເຈົ້າພິມພິສານຖວາຍທານແດ່ ພຣະສະມະນະໂຄດົມພຸດທະເຈົ້າ ໃນພັດທະກັບນີ້ກໍບໍ່ໄດ້ຢາດນ້ຳອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດເຫຼົ່ານັ້ນ ພໍຕົກກາງຄືນມາພວກເຜດຍາດພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນໄດ້ມາສົ່ງສຽງຮ້ອງອັນໂຫຍຫວນ ແລະສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພຣະເຈົ້າພິມພິສານໄດ້ຍິນແລະເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາຈຶ່ງໄດ້ສະເດັດໄປຖາມພຣະພຸດ ທະເຈົ້າ ພຣະພຸດທະອົງຊົງເລົ່າເລື່ອງລາວທີ່ເປັນມູນເຫດໃຫ້ພຣະເຈົ້າພິມພິສານໄດ້ຊົງຊາບ ພຣະເຈົ້າພິມພິສານຈຶ່ງໄດ້ເຮັດບຸນຖວາຍທານອີກ ແລ້ວຊົງອຸທິດສ່ວນກຸສົນໄປໃຫ້ພວກຍາດທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນແລ້ວໄດ້ມາສະແດງຕົນໃຫ້ພຣະເຈົ້າພິມພິສານເຫັນແລະຊາບວ່າ ທຸກທີ່ພວກເຂົາໄດ້ຮັບນັ້ນໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດສ່ວນກຸສົນຂອງພະອົງ” ຄົນລາວເຮົາຈຶ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາຈົນເຖິງປັດຈຸບັນ.



ສ່ວນວິທີການເຮັດບຸນຫໍ່ເຂົ້າປະດັບດິນນັ້ນ ພໍຮອດມື້ແຮມ 13 ຄ່ຳເດືອນເກົ້າ ປະຊາຊົນຈະຫ້າງຫາກະກຽມອາຫານຫວານຄາວ ຊຶ່ງປະກອບມີ ຊີ້ນ ປາ ເຜືອກ ມັນ ກ້ວຍ ອ້ອຍ ເຂົ້າຕົ້ມ ເຂົ້າໜົມ ນ້ຳອ້ອຍ ນ້ຳຕານ ໝາກໄມ້ ໝາກພູ ແລະອື່ນໆ ເພື່ອຈັດລ້ຽງກັນໃນຄອບຄົວ ແລະ ເຮັດບຸນຖວາຍພຣະພິກຂຸສົງສຳມະເນນ ສ່ວນສຳລັບອຸທິດໃຫ້ຍາດພີ່ນ້ອງທີ່ຕາຍໄປແລ້ວນັ້ນໃຊ້ຫໍ່ດ້ວຍໃບຕອງກ້ວຍ ຫຼື ຕອງຈິງ ອາຫານຫວານຫໍ່ໜຶ່ງ ອາຫານຄາວຫໍ່ໜຶ່ງ ແລະ ໝາກພູຫໍ່ໜຶ່ງ ຫຼື ບາງຄົນກໍເຮັດໃສ່ກະທົງກໍມີ ຫຼື ບາງຄົນກໍເອົາອາຫານຫວານຄາວໃສ່ໃນຫໍ່ດຽວກັນເລີຍກໍມີ ສິ່ງຂອງເຫຼົ່ານີ້ຈະໜ້ອຍຫຼືຫຼາຍນັ້ນກໍແລ້ວແຕ່ສັດທາ.
ພໍຮອດເຊົ້າຂອງມື້ແຮມ 14 ຄ່ຳເດືອນເກົ້າ ຕອນເຊົ້າມືດ ຄື ເວລາປະມານ 4-6 ໂມງ ປະຊາຊົນຈະນຳເອົາອາຫານທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ຕາມພື້ນດິນວາງແຈກໄວ້ຕາມບໍລິເວນວັດ ຕົ້ນໂພ ຕົ້ນໄມ້ ຕ້າຍວັດ ພ້ອມກັບຈູດທຽນ ແລະ ບອກກ່າວແກ່ເຜດຜີໃຫ້ມາຮັບເອົາສິ່ງຂອງ ແລະ ຜົນບຸນນັ້ນດ້ວຍ.

ບາງເຂດຈະເອົາອາຫານທີ່ອຸທິດໃຫ້ແກ່ຜູ້ຕາຍຫຼັງເຮັດພິທີແລ້ວຝັງໄວ້ໃນດິນກໍມີເພື່ອບໍ່ໃຫ້ຜູ້ໃດຜູູ້ໜຶ່ງໄດ້ກິນອາຫານທີ່ເປັນຂອງເຫຼືອຂອງເຜດ ເພາະຢ້ານວ່າຈະກາຍເປັນເຜດໄປນຳ ບາງບ້ານກໍມັກຈະເອົາຫໍ່ອາຫານຫຼັງພິທີນັ້ນໄປຜີຕາແຮກຢູ່ນາ ຫຼື ບາງຄັ້ງກໍຫວ່ານລົງນ້ຳບູຊາພະຍານາກ ແລະ ແມ່ນ້ຳຄົງຄາ ການວາງອາຫານໄວ້ຕາມພື້ນດິນ ຫຼື ຕາມບ່ອນຕ່າງໆເພື່ອຈະໃຫ້ພວກເຜດມາຮັບເອົາຂອງອຸທິດໃຫ້ໄດ້ງ່າຍໆໂດຍບໍ່ຕ້ອງມີພິມີຫຍຸ້ງຍາກຫຍັງຫຼາຍ ສຳເລັດພິທີອຸທິດຜົນບຸນສົ່ງໄປໃຫ້ເຜດແລ້ວຊາວບ້ານກໍຈະນຳອາຫານທີ່ກຽມໄວ້ສ່ວນໜຶ່ງໄປຕັກບາດ ແລະ ຖວາຍທານແດ່ພຣະສົງສຳມະເນນ ຊຶ່ງຈະມີການໄຫວ້ພຣະຮັບສິນ ຖວາຍທານ ຟັງເທດສະຫຼອງ 1 ກັນ ຄາລະວະ ແລະ ຮັບພອນ ຢາດນ້ຳອຸທິດສ່ວນບຸນກຸສົນໄປຍັງເຜດຜີ ຫຼື ຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ກໍເປັນອັນສຳເລັດພິທີບຸນຫໍ່ເຂົ້າປະດັບດິນ.

ຕົກຕອນແລງມາກໍຈະມີພິທີເຂົ້າວັດໄຫວ້ພຣະ ຮັບສິນ ຟັງເທດ ແລະ ວຽນທຽນອີກຄັ້ງໜຶ່ງ ຊຶ່ງຈະເຮັດທຸກໆວັນສິນຢູ່ແລ້ວ.

Online News agency



ความคิดเห็น